Go to content

Political donations | ການບໍລິຈາກດ້ານການເມືອງ

On this page

ຂໍ້ມູນນີ້ໄດ້ຖືກແປເປັນພາສາຕ່າງໆເພື່ອເອື້ອອຳນວຍໃຫ້ຊຸມຊົນທົ່ວໆໄປໃນລັດ NSW ໄດ້ມີການປະກອບສ່ວນ. ໄດ້ມີຄວາມພະຍາຍາມຢ່າງເຕັມທີ່ເພື່ອໃຫ້ໄດ້ບົດແປທີ່ຖືກຕ້ອງ, ຢ່າງໃດກໍດີ, ບໍ່ມີບົດແປໃດທີ່ຖືກຕ້ອງຄົບຖ້ວນໝົດ. ບົດຄວາມທີ່ເປັນທາງການແມ່ນບົດທີ່ຂຽນເປັນພາສາອັງກິດຂອງເວັບໄຊ້ນີ້. ຄວາມບໍ່ສອດຄ່ອງຫຼືຄວາມແຕກຕ່າງໃດໆທີ່ມີຢູ່ໃນບົດແປຈະບໍ່ມີຜົນກະທົບທາງກົດ ໝາຍຕໍ່ຈຸດປະສົງດ້ານການປະຕິບັດຕາມຫຼືການບັງຄັບໃຊ້. ຖ້າວ່າມີຄຳຖາມໃດໆທີ່ກ່ຽວກັບຄວາມຖືກຕ້ອງຂອງຂໍ້ມູນທີ່ຢູ່ໃນຂໍ້ມູນທີ່ແປໄວ້ແລ້ວນີ້,  ກະລຸນາອ້າງອີງໃສ່ບົດທີ່ຂຽນໄວ້ເປັນພາສາອັງກິດ.

ການບໍລິຈາກເງິນເພື່ອການເມືອງ

ບັນດາພັກການເມືອງ, ຜູ້ລົງສະໝັກ ແລະບຸກຄົນຫຼືອົງການອື່ນໆທີ່ກ່ຽວຂ້ອງກັບ ການເມືອງຫຼືການເລືອກຕັ້ງອາດຈະຂໍສິ່ງບໍລິຈາກຫຼືການອູ້ມຊູໃນຮູບແບບອື່ນໆ, ໂດຍສະເພາະໃນລະຫວ່າງໃກ້ຈະຮອດການເລືອກຕັ້ງ. 

ການບໍລິຈາກເພື່ອການເມືອງແມ່ນຂອງຂວັນທີ່ມອບໃຫ້, ຫຼື ເພື່ອຜົນປະໂຫຍດ, ຂອງ ພັກການເມືອງພັກໃດພັກໜຶ່ງ, ຜູ້ແທນຂອງສະພາຜູ້ແທນຂອງລັດ NSW ຫຼືຂອງເທສະບານຂອງ NSW, ຜູ້ລົງສະໝັກແຂ່ງຂັນໃນການເລືອກຕັ້ງຫຼືກຸ່ມຂອງ ຜູ້ລົງສະໝັກລະດັບລັດ ຫຼື ລະດັບທ້ອງຖິ່ນຂອງລັດ NSW, ຫຼື ບຸກຄົນໃດໜຶ່ງ ທີ່ນຳໃຊ້ສິ່ງທີ່ບໍລິຈາກນັ້ນເປັນການໃຊ້ຈ່າຍສຳລັບການເລືອກຕັ້ງ ຫຼື ເອົາສິ່ງນັ້ນ ໄປບໍລິຈາກຕໍ່ໃຫ້ຄົນອື່ນ.   ໄດ້ມີຂອບເຂດຈຳກັດສຳລັບຈຳນວນເງິນທັງໝົດທີ່ພັກການເມືອງ, ຜູ້ລົງສະໝັກ ຫຼື ຜູ້ ເຂົ້າຮ່ວມໃນການເລືອກຕັ້ງສາມາດຮັບເອົາໄດ້ຈາກຜູ້ບໍລິຈາກໃນລະຍະປີງົບປະມານໜຶ່ງ.   ສິ່ງບໍລິຈາກທີ່ອະນຸຍາດໃຫ້ໄດ້ສູງສຸດນັ້ນ ແມ່ນມີການປ່ຽນແປງທຸກໆປີງົບປະມານ ແລະ ລາຍລະອຽດກໍໄດ້ນຳໄປພິມເຜີຍແພ່ໃນເວັບໄຊ້ຂອງຄະນະກຳມາທິການຄຸ້ມຄອງການ ເລືອກຕັ້ງແຫ່ງລັດ NSW (NSW Electoral Commission). 

ເມື່ອທຳການບໍລິຈາກເພື່ອການເມືອງ ຜູ້ບໍລິຈາກອາດຈະຖືກຖາມຊື່ແລະທີ່ຢູ່ ເພື່ອວ່າ ຜູ້ຮັບບໍລິຈາກຈະສາມາດຢັ້ງຢືນໄດ້ວ່າສິ່ງທີ່ບໍລິຈາກນັ້ນຖືກຕ້ອງຕາມກົດໝາຍແລະການ ບໍລິຈາກແມ່ນໄດ້ປະຕິບັດຕາມຈຳນວນທີ່ອະນຸຍາດໄດ້ສູງສຸດ.   

ການບໍລິຈາກເພື່ອການເມືອງປະເພດຕ່າງໆ

ການບໍລິຈາກເພື່ອການເມືອງແມ່ນການບໍລິຈາກເພື່ອຈຸດປະສົງໃນການເລືອກຕັ້ງສຳລັບລັດຖະບານ NSW ຫຼືລັດຖະບານທ້ອງຖິ່ນ, ຫຼື ຜູ້ແທນຂອງສະພາແຫ່ງລັດ NSW ຫຼື ເທສະບານ.

ຕົວຢ່າງຂອງການບໍລິຈາກເພື່ອການເມືອງລວມມີ:   

  • ຂອງຂວັນທີ່ເປັນເງິນ  
  • ຂອງຂວັນທີ່ບໍ່ແມ່ນເງິນ  
  • ໃຫ້ບໍລິການຟຣີຫຼືຫຼຸດລາຄາ  
  • ມີການປະກອບສ່ວນ, ຈ່າຍຄ່າຜ່ານປະຕູ ຫຼື ຈ່າຍຄ່າອື່ນໆເພື່ອປະກອບສ່ວນ, ຫຼືໄດ້ຮັບຜົນປະໂຫຍດ, ຈາກການຈັດກິດຈະກຳຫຼືງານຫາລາຍໄດ້   
  • ຄ່າສະໝັກເປັນລາຍປີຫຼືແບບອື່ນເຊີ່ງຈ່າຍໃຫ້ພັກການເມືອງໂດຍສະມາຊິກຂອງພັກ, ຫຼືໂດຍບຸກຄົນຫຼືນິຕິບຸກຄົນເພື່ອມີສ່ວນເຂົ້າຮ່ວມກັບພັກການເມືອງ  
  • ບໍ່ເກັບດອກເບັ້ຍຈາກການຢືມເງິນ. 

ການບໍລິຈາກເພື່ອການເມືອງໃນລັດ NSW ບໍ່ລວມເອົາ:  

  • ມໍລະດົກທີ່ຍົກໃຫ້
  • ຂອງຂວັນທີ່ໃຫ້ສະເພາະເພື່ອຈຸດປະສົງຂອງການເລືອກຕັ້ງລະດັບລັດຖະບານກາງຫຼືຜູ້ແທນຂອງສະພາແຫ່ງລັດຖະບານກາງ, ຫຼື ການເລືອກຕັ້ງທີ່ຢູ່ນອກ   ລັດນິວຊາວເວລ໌, ຫຼືຜູ້ແທນທີ່ຢູ່ນອກລັດນິວຊາວເວລ໌.

ການບໍລິຈາກເພື່ອການເມືອງທີ່ຕ້ອງແຈ້ງ

ການບໍລິຈາກເພື່ອການເມືອງທີ່ຕ້ອງແຈ້ງແມ່ນການບໍລິຈາກທີ່ມີມູນຄ່າຮອດ $1,000 ຫຼືຫຼາຍກວ່ານັ້ນ. ອັນນີ້ລວມເຖິງການບໍລິຈາກຫຼາຍໆອັນທີ່ໃຫ້ໂດຍຜູ້ບໍລິຈາກຄົນດຽວກັນໃຫ້ຜູ້ຮັບຄົນດຽວ ກັນພາຍໃນປີງົບປະມານໜຶ່ງເຊິ່ງ, ລວມທັງໝົດ, ແມ່ນມີມູນຄ່າ $1,000 ຫຼືຫຼາຍກວ່ານັ້ນ.  

ບຸກຄົນທີ່ໃຫ້ການບໍລິຈາກທີ່ຕ້ອງແຈ້ງເອີ້ນວ່າ ຜູ້ບໍລິຈາກລາຍໃຫຍ່.  

ເມື່ອຂອງບໍລິຈາກທີ່ຕ້ອງແຈ້ງ ໄດ້ຮັບໂດຍພັກການເມືອງໜຶ່ງ, ຜູ້ແທນ, ຜູ້ລົງສະໝັກ, ຫຼືຜູ້ປະກອບສ່ວນໃນການເລືອກຕັ້ງອື່ນໆ, ຕ້ອງໄດ້ອອກໃບຮັບໃຫ້ຜູ້ບໍລິຈາກລາຍໃຫຍ່ນັ້ນ.     

ສຳລັບການບໍລິຈາກທີ່ບໍ່ແມ່ນເງິນ, ຕ້ອງອອກໃບຮັບຮອງອອກໃຫ້ຜູ້ບໍລິຈາກ ລາຍໃຫຍ່ນັ້ນ.    

ການບໍລິຈາກຈຳນວນນ້ອຍ

ການບໍລິຈາກຈຳນວນນ້ອຍແມ່ນການບໍລິຈາກເພື່ອການເມືອງທີ່ມີມູນຄ່ານ້ອຍກວ່າ $1,000.  

ຖ້າວ່າມີການບໍລິຈາກນ້ອຍເປັນຈຳນວນຫຼາຍຄັ້ງໃຫ້ແກ່ບຸກຄົນຜູ້ດຽວກັນໃນປີງົບປະມານໜຶ່ງ ມັນກໍອາດກາຍມາເປັນການບໍລິຈາກເພື່ອການເມືອງທີ່ຕ້ອງແຈ້ງ ເມື່ອເອົາມາປະສົມເຂົ້າກັນ.  

ຜູ້ບໍລິຈາກເພື່ອການເມືອງຕ້ອງລະມັດລະວັງໂດຍການເກັບກໍາບັນທຶກໃຫ້ຖືກຕ້ອງ ເພື່ອວ່າເຂົາເຈົ້າຈະສາມາດລະບຸໄດ້ວ່າຕົນໄດ້ບໍລິຈາກສິ່ງຂອງແລະເງິນຈຳນວນເລັກໆນ້ອຍໆຫຼາຍຄັ້ງເຊິ່ງປະສົມເຂົ້າກັນແລ້ວມີມູນຄ່າຮອດ $1000 ຫຼືຫຼາຍກວ່ານັ້ນ.   

ແມ່ນໃຜສາມາດບໍລິຈາກໄດ້?

ໄດ້ມີກົດລະບຽບເຄັ່ງຄັດໃນລັດ NSW ກ່ຽວກັບວ່າແມ່ນໃຜສາມາດບໍລິຈາກ ເພື່ອການເມືອງໄດ້. ຜູ້ບໍລິຈາກຕ້ອງ:

  • ເປັນບຸກຄົນທີ່ໄດ້ລົງທະບຽນເພື່ອປ່ອນບັດເລືອກຕັ້ງໃນການເລືອກຕັ້ງຂັ້ນລັດຖະບານກາງ ຫຼື ໃນລັດນິວຊາວເວລສຳລັບການເລືອກຕັ້ງຂັ້ນລັດ ຫຼືຂັ້ນລັດຖະບານທ້ອງຖິ່ນ, ຫຼື  
  • ເປັນນິຕິບຸກຄົນທີ່ມີເລກທະບຽນການຄ້າຂອງອອສເຕຣເລັຍ ຫຼື ເລກທະບຽນຢ່າງອື່ນທີ່ຖືກຮັບຮູ້ໂດຍຄະນະກຳມາທິການຄຸ້ມຄອງຫຼັກຊັບແລະການລົງທຶນ ແຫ່ງປະເທດອອສເຕຣເລັຍ, ຫຼື 
  • ເປັນບຸກຄົນຫຼືນິຕິບຸກຄົນທີ່ຖືກອະນຸມັດໃຫ້ເປັນຜູ້ບໍລິຈາກເພື່ອການເມືອງໄດ້ ໂດຍຄະນະກຳມາທິການຄຸ້ມຄອງການເລືອກຕັ້ງແຫ່ງລັດ NSW.

ບາງບໍລິສັດ, ບຸກຄົນແລະຜູ້ກ່ຽວຂ້ອງທີ່ໃກ້ຊິດຈະຖືກຫ້າມບໍ່ໃຫ້ທຳການບໍລິຈາກ ເພື່ອການເມືອງ:

  • ຜູ້ຈັດສັນການກໍ່ສ້າງ 
  • ທຸລະກິດກ່ຽວກັບອຸດສາຫະກຳຢາສູບ  
  • ທຸລະກິດກ່ຽວກັບເຫຼົ້າ ແລະ ການພະນັນ - ລວມເຖິງຄລັບທີ່ລົງທະບຽນໃຫ້ເປີດພະນັນທາງອອນລາຍ, ລົງເງິນ ຫຼື ການພະນັນແບບອື່ນໆ  
  • ຜູ້ທີ່ໃກ້ຊິດແລະອົງການທີ່ຕາງໜ້າອຸດສາຫະກຳຂອງຜູ້ທີ່ຖືກຫ້າມບໍລິຈາກ.  

ການບໍລິຈາກເພື່ອການເມືອງທີ່ຜິດກົດໝາຍ

ການບໍລິຈາກເພື່ອການເມືອງບາງຢ່າງແມ່ນຜິດກົດໝາຍ. ຖ້າບຸກຄົນຜູ້ໜຶ່ງໃຫ້ການບໍລິຈາກຫຼືຮັບບໍລິຈາກໃນສິ່ງທີ່ຜິດກົດໝາຍ, ເຂົາເຈົ້າອາດຖືວ່າ ໄດ້ກະທຳຄວາມຜິດ ແລະ ອາດຈະຖືກຕັ້ງຂໍ້ຫາໃນສານໂດຍຄະນະກຳມາທິການຄຸ້ມຄອງ ການເລືອກຕັ້ງແຫ່ງລັດ NSW  

ຕົວຢ່າງຂອງການບໍລິຈາກເພື່ອການເມືອງທີ່ຜິດກົດໝາຍລວມມີ: 

  • ການບໍລິຈາກໃນຮູບແບບເງິນສົດທີ່ຫຼາຍກວ່າ $100. ການບໍລິຈາກເພື່ອການເມືອງທີ່ມີຈຳນວນເກີນ $100 ຕ້ອງເຮັດຜ່ານລະບົບອີເລັກໂຕຣນິກຫຼືໂດຍເຊັກ  
  • ການບໍລິຈາກທີ່ຕ້ອງແຈ້ງ ທີ່ບໍ່ອອກຊື່  
  • ການບໍລິຈາກໂດຍຜູ້ບໍລິຈາກທີ່ຖືກຫ້າມ    
  • ການບໍລິຈາກທີ່ເກີນຈຳນວນສູງສຸດທີ່ວາງໄວ້.   

ການເປີດເຜີຍສິ່ງຂອງທີ່ບໍລິຈາກເພື່ອການເມືອງ

ບຸກຄົນໃດທີ່ໃຫ້ການບໍລິຈາກເພື່ອການເມືອງທີ່ຕ້ອງແຈ້ງເອີ້ນວ່າຜູ້ບໍລິຈາກເພື່ອການເມືອງລາຍໃຫຍ່. ບັນດາຜູ້ບໍລິຈາກເພື່ອການເມືອງລາຍໃຫຍ່ຕ້ອງເປີດເຜີຍລາຍລະອຽດຂອງການບໍລິຈາກ ເພື່ອການເມືອງທີ່ເຂົາເຈົ້າໄດ້ບໍລິຈາກໄປນັ້ນ ໃຫ້ແກ່ຄະນະກຳມາທິການຄຸ້ມຄອງ ການເລືອກຕັ້ງແຫ່ງລັດ NSW. ຜູ້ບໍລິຈາກເພື່ອການເມືອງລາຍໃຫຍ່ ຕ້ອງເປີດເຜີຍການບໍລິຈາກເພື່ອການເມືອງ ທີ່ຕ້ອງແຈ້ງ ຫຼັງຈາກປີງົບປະມານສິ້ນສຸດລົງ ທຸກໆປີ. ບັນດາພັກການເມືອງ, ຜູ້ແທນ, ຜູ້ລົງສະໝັກ, ແລະ ຜູ້ປະກອບສ່ວນໃນການເລືອກຕັ້ງ ຄົນອື່ນໆ ກໍຕ້ອງເປີດເຜີຍການບໍລິຈາກເພື່ອການເມືອງທີ່ເຂົາເຈົ້າໄດ້ໃຫ້ໄປຫຼືໄດ້ຮັບ. ການເປີດເຜີຍທີ່ແຈ້ງບອກໂດຍຜູ້ບໍລິຈາກລາຍໃຫຍ່ຈະຊ່ວຍຢັ້ງຢືນຄວາມຖືກຕ້ອງສອດ ຄ່ອງກັນກັບສິ່ງທີ່ທາງພັກການເມືອງ, ຜູ້ລົງສະໝັກ ແລະ ຄົນອື່ນໆໄດ້ແຈ້ງໄປ. 

ຂໍ້ມູນກ່ຽວກັບວິທີການເປີດເຜີຍມີໄວ້ໃຫ້ ທີ່ນີ້

ຄະນະກຳມາທິການຄຸ້ມຄອງການເລືອກຕັ້ງແຫ່ງລັດ NSW ພິມເຜີຍແພ່ການເປີດເຜີຍທັງໝົດໄວ້ທີ່ເວັບໄຊ້ຂອງຕົນ. 

ຜູ້ຫາລາຍໄດ້, ການບໍລິຈາກ ແລະ ກົດລະບຽບ

ບັນດາພັກການເມືອງ, ນັກການເມືອງ ແລະ ຜູ້ລົງສະໝັກເລືອກຕັ້ງ ມັກຈະເຮັດງານຕ່າງໆເພື່ອຫາລາຍໄດ້ສຳລັບພັກ ຫຼື ການຫາສຽງເລືອກຕັ້ງ. ເປັນສິ່ງສຳຄັນທີ່ຕ້ອງຮູ້ກົດລະບຽບທີ່ກ່ຽວກັບການຈັດງານດັ່ງກ່າວ.

ໂດຍການເຂົ້າຮ່ວມຫຼືປະກອບສ່ວນໃນງານດັ່ງກ່າວ, ຍົກຕົວຢ່າງ, ການຊື້ປີ້ ຫຼື ສິ່ງຂອງຢ່າງອື່ນທີ່ເປັນພາກສ່ວນຂອງການຫາລາຍໄດ້, ຈຳນວນເງິນທີ່ທ່ານຈ່າຍໄປແມ່ນການບໍລິຈາກເພື່ອການເມືອງ. 

ຖ້າທ່ານຈ່າຍໃຫ້ຄົນອື່ນເພື່ອໃຫ້ໄປກັບທ່ານ, ການບໍລິຈາກເພື່ອການເມືອງທີ່ທ່ານເຮັດນັ້ນແມ່ນ ລວມເອົາເງິນຈຳນວນທີ່ຈ່າຍແທນເຂົານັ້ນ. 

ການລົງເງິນເພື່ອໃຫ້ໄດ້ຊະນະໃນການປະມູນຂອງການຫາລາຍໄດ້ ຫຼື ຊື້ສະຫຼາກລາງວັນໃນຂະນະທີ່ທ່ານຢູ່ທີ່ນັ້ນ ແມ່ນຕົວຢ່າງທົ່ວໄປຂອງການບໍລິຈາກເພື່ອການເມືອງໃນສະຖານທີ່ຫາລາຍໄດ້ແຫ່ງໃດແຫ່ງໜຶ່ງ.

ທ່ານອາດຖືກຂໍໃຫ້ເປີດເຜີຍການບໍລິຈາກເພື່ອການເມືອງໃຫ້ຄະນະກຳມາທິການຄຸ້ມຄອງການເລືອກຕັ້ງແຫ່ງລັດ NSW ໃຫ້ຊາບ ຖ້າວ່າມັນເປັນການບໍລິຈາກທີ່ຕ້ອງແຈ້ງ. 

ຕິດຕໍ່ຫາພວກເຮົາ

ຖ້າທ່ານມີຄຳຖາມໃດໆ, ກະລຸນາຕິດຕໍ່ຫາພວກເຮົາໄດ້ທີ່ເລກໂທ 1300 022 011 ຫຼືທາງອີເມລ ທີ່ fdc@elections.nsw.gov.au. ຖ້າທ່ານຕ້ອງການນາຍແປພາສາ, ກະລຸນາໂທຫາ TIS National ທີ່ເລກໂທ 131 450 ແລະຂໍໃຫ້ເຂົາເຈົ້າໂທຫາຄະນະກຳມາທິການຄຸ້ມຄອງການເລືອກຕັ້ງແຫ່ງລັດ NSW ໃຫ້ ທີ່ເລກໂທ 1300 022 011

ວີດີໂອ

ສຳລັບພາບລວມໂດຍຫຍໍ້ກ່ຽວກັບກົດລະບຽບໃນການບໍລິຈາກເພື່ອການເມືອງ, ໃຫ້ເບິ່ງວີດີໂອຂ້າງລຸ່ມນີ້.